ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທົ່ວ​ໂລກ​ກ່າວ​ປະນາມ​ເຫດ​ບຸກ​ໂຈມ​ຕີ​ຢູ່ ສະຫະພັນ​ຣັດ​ເຊຍ


     ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວັນ​ທີ 24 ມີນາ 2024 ຜ່ານ​ມາ​ນີ້​ວ່າ: ພາຍຫຼັງ​ຮູ້​ຂ່າວ​ກ່ຽວ​ກັບ​ເຫດ​ບຸກ​ໂຈມ​ຕີ ລັກສະນະ​ການ​ກໍ່​ການ
​ຮ້າຍ ຢູ່​ສະຫະພັນ​ຣັດ​ເຊຍ ໃນ​ວັນ​ທີ 22 ມີນາ 2024 ທີ່​ຜ່ານ​ມາ, ເຊິ່ງ​ເຮັດ​ໃຫ້​ຫຼາຍ​ຄົນ​ເສຍ​ຊີວິດ ແລະ ຮັບ​ບາດເຈັບ ໄດ້​ເຮັດ​ໃຫ້​ມີ​ການ
​ນຳ​ຂັ້ນ​ສູງ​ຫຼາຍ​ປະເທດ​ໃນ​ໂລກ ກ່າວ​ປະນາມ​ເຫດການ​ໂຈມ​ຕີ​ດັ່ງກ່າວ. ໃນ​ສານ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ທີ່​ສົ່ງ​ເຖິງ​ທ່ານ ວະ​ລາ​ດີ​ເມຍ
ປູ​ຕິນ ປະທານາທິບໍດີ ຣັດ​ເຊຍ, ທ່ານ ສີ ​ຈີ້ນ​ຜິງ ປະທານ​ປະເທດຈີນ ໄດ້​ລະບຸ​ວ່າ: ຈີນ ຄັດຄ້ານ​ຕໍ່​ການ​ກໍ່​ການ​ຮ້າຍ​ທຸກ​ຮູບ​ແບບ ແລະ ປະ
ນາມ​ຢ່າງ​ຮຸນແຮງ​ຕໍ່​ບັນດາ​ກໍລະນີ​ບຸກ​ໂຈມ​ຕີ​ລັກສະນະ​ກໍ່​ການ​ຮ້າຍ ແລະ ເດັດດ່ຽວ​ສະໜັບສະໜູນ​ບັນດາ​ ຄວາມ​ພະຍາຍາມ​ຂອງ​ລັດຖະບານ
ຣັດ​ເຊຍ ເພື່ອ​ແນໃສ່​ປົກ​ປັກຮັກສາ​ສະຖຽນ​ລະ​ພາບ ແລະ ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ແລະ ໃນ​ວັນ​ດຽວ​ກັນ, ທ່ານ ນາ​ເຣນ​ດຣາ ໂມ​ດີ ນາຍົກ
ລັດຖະມົນຕີ ອິນ​ເດຍ ໄດ້​ກ່າວ​ປະນາມ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ, ພ້ອມ​ທັງ​ຢັ້ງຢືນ​ຄວາມ​ສາມັກຄີ​ກັບ​ລັດຖະບານ ແລະ ປະຊາຊົນ​ຣັດ​ເຊຍ ໃນ​
ໄລຍະ​ເວລາ​ພົບ​ຄວາມ​ຫຍຸ້ງຍາກ​ແບບນີ້. ກະຊວງ​ການ​ຕ່າງປະເທດ ປາ​ກິດ​ສະຖານ ກໍ່​ໄດ້​ອອກ​ຖະແຫຼງການ​ກ່າວ​ປະນາມ ​ການ​ບຸກ​ໂຈມ​ຕີ
ແລະ ສະແດງ​ຄວາມ​ແບ່ງປັນ​ຢ່າງ​ເລິກເຊິ່ງ ກັບ​ບັນດາ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ. ຈາກ ອາ​ເມ​ຣິ​ກາ, ທ່ານ ອານ​ໂຕ​ນີ ບລິນເກນ ລັດຖະມົນ
ຕີ ອາ​ເມ​ຣິ​ກາ ໄດ້​ກ່າວ​ປະນາມ​ລັດທິ​ກໍ່​ການ​ຮ້າຍ ພາຍ​ໃຕ້​ທຸກ​ຮູບ​ການພ້ອມ​ທັງ​ສະແດງ​ຄວາມ​ສາມັກຄີ​ກັບ​ປະຊາຊົນ​ຣັດ​ເຊຍ.

     ໃນ​ຂະນະ​ດຽວ​ກັນ, ທ່ານ ຟາ​ຣາ ດາກ​ລານ​ລາ ໂຄສົກ​ຂອງ​ອົງການ NATO ກໍ່​ກ່າວ​ປະນາມ​ເຫດ​ບຸກ​ໂຈມ​ຕີ​ນີ້​ເຊັ່ນ​ກັນ, ພ້ອມ​ທັງ​ສົ່ງ
​ຄຳ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ ແລະ ຄອບ ຄົວ​ຂອງ​ເຂົາເຈົ້າ. ສ່ວນ​ທ່ານ ​ເດ​ວິດ ຄາ​ເມ​ຣອນ ລັດຖະ ມົນຕີ
ກະຊວງການ​ຕ່າງປະເທດ ອັງກິດ ກໍ​ໄດ້​ກ່າວ​ປະນາມ​ເຫດ​ບຸກ​ໂຈມ​ຕີ “ດ້ວຍ​ບັນດາ​ຄຳ​ສັບ​ທີ່​ເຂັ້ມແຂງ​ທີ່​ສຸດ” ແລະ ສະແດງ​ຄວາມ​ເສົ້າ​ສະຫຼົດ
ໃຈ​ເຖິງ​ຄອບຄົວ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/03/2024